Logo
Borderlands 3

Borderlands 3

ຊຳລະເງີນຢ່າງປອດໄພ
ຕົວແທນຈໍາຫນ່າຍຢ່າງເປັນທາງການ

ດາວໂຫຼດເກມ ແລະ ຫຼິ້ນ Borderlands 3 ເລີຍ! ພຽງແຕ່ເລືອກ Edition ເກມທີ່ຕ້ອງການ, ຊຳລະເງິນໃຫ້ສຳເລັດ ແລະ ລະຫັດສຳລັບດາວໂຫຼດຈະຖືກສົ່ງໄປທີ່ຂໍ້ຄວາມ SMS ຫຼື ອີເມວຂອງທ່ານທັນທີ.

ກົດ ທີ່ນີ້ ສຳລັບຂໍ້ມູນກ່ຽວກັບແຕ່ລະ Edition

ຊຳລະເງິນສະດວກສະບາຍດ້ວຍ Visa & Mastercard.

ມືປືນຜູ້ປົ້ນສະບຽງໃນຕຳນານໄດ້ກັບຄືນມາອີກຄັ້ງ, ເຊິ່ງມາພ້ອມກັບອາວຸດປືນຫຼາຍພັນລ້ານກະບອກ ແລະ ການພະຈົນໄພທີ່ສຸດວຸ້ນວາຍ! ຕໍ່ສູ້ກັບໂລກ ແລະສັດຕູໃໝ່. ປົກປ້ອງເຮືອນຈາກຜູ້ນຳລັດທິທີ່ໂຫດຮ້າຍປ່າເຖື່ອນທີ່ສຸດໃນກາແລັກຊີ.

ທ່ານສາມາດເບິ່ງວິທີແນະນຳໃນການແລກເກມໂດຍກົດ ທີ່ນີ້: Steam, EPIC.

Developer: Gearbox Software
Genre:Shooter, RPG, Action
Platform:PC
Publisher:Gearbox Software
Borderlands 3

ຂໍ້​ມູນ​ເພີ່ມ​ເຕີມ

ເລືອກການເຕີມເງິນ

ເລືອກການຊໍາລະ

ເຕີມ Borderlands 3 Standard, Super Deluxe ຫຼື Ultimate Edition ໃນ Codashop

ຄວາມວຸ່ນວາຍ ແລະການຜະຈົນໄພທີ່ສຸດໂຫດ ຢຸດຢັ້ງຝາແຝດ Calypso Twins ທີ່ໂຫດຮ້າຍຈາກການໂຮມກຸ່ມໂຈນ ແລະຫວັງວ່າຈະໄດ້ພະລັງງານສຸດຍອດຂຸມພະລັງແຫ່ງການແລັກຊີມາຄອບຄອງ. ມີພຽງແຕ່ທ່ານທີ່ເປັນນັກລ່າຂຸມຊັບທີ່ສະແຫວງຫາຄວາມຕື່ນເຕັ້ນເທົ່ານັ້ນທີ່ມີອາວຸດ ແລະພັນທະມິດທີ່ຈະໂຄ່ນລົ້ມພວກເຂົາໄດ້.

ນັກລ່າຂຸມຊັບຂອງທ່ານ ສະຕາຍການຫຼິ້ນຂອງທ່ານ
ມາເປັນໜຶ່ງໃນນັກລ່າຂຸມຊັບຄົນພິເສດທີ່ມາພ້ອມກັບຄວາມສາມາດສະເພາະຕົວ ສະຕາຍການຫຼີ້ນທີ່ເປັນເອກະລັກ ທັກສະທີ່ລ້ຳລຶກ ແລະຕົວເລືອກໃນການປັບແຕ່ງສະເພາະຕົວອີກຫຼາກຫຼາຍ ນັກລ່າຂຸມຊັບທີ່ອອກລຸຍດ່ຽວກໍໄດ້ເຊັ່ນກັນ ແຕ່ຖ້າອອກລ່າຫຼາຍຄົນນຳກັນແລ້ວ ຈະບໍ່ມີໃຜສາມາດຕ້ານທານໄດ້ແນ່ນອນ.

• Moze ເປັນ “ມືປືນ” ເວລາທີ່ Moze ຕ້ອງການກອງໜຸນ. ລາວຈະໃຊ້ຂໍ້ມູນສ້າງຫຸ່ນ ""Iron Bear"" ເພື່ອເພີ່ມພະລັງຍິງຢ່າງບໍ່ໃຫ້ທັນໄດ້ຕັ້ງຕົວ.

• Amara ເປັນ ""ໄຊເຣນ"", ນັກຕໍ່ສູ້ທີ່ເຂັ້ມແຂງ ແລະມີຄວາມໝັ້ນໃຈ ເຊິ່ງມາພ້ອມກັບຄວາມສາມາດໃນການອັນເຊີນໝັດສະຫວັນ. Amara ໃຊ້ພະລັງໄຊເຣນຂອງລາວເພື່ອທຳລາຍສັດຕູໃຫ້ດັບສູນ.

• FL4K ເປັນ ""ເຈົ້າຂອງສັດຮ້າຍ"" FL4K ໃຊ້ຊີວິດຢູ່ເພື່ອການອອກລ່າໂດຍສະເພາະ. ສັດຮ້າຍຜູ້ພັກດີທີ່ຄອຍເຮັດຕາມທຸກຄໍາສັ່ງ. ສ່ວນຄົນທີ່ຕົກເປັນເຫຍື່ອບໍ? ກໍພວກໂຈນທີ່ບໍ່ຮູ້ຫຍັງທັງນັ້ນ ພວກອ່ອນທີ່ໜ້າສົງສານ.

• Zane ເປັນ ""ຈອມປະຕິບັດການ"" ດ້ວຍຄວາມຊ່ຽວຊານດ້ານອຸປະກອນໃນສະໜາມຮົບ, Zane ຈະແອບລີ້ເຂົ້າໄປໃນການຕໍ່ສູ້ຢ່າງຊຳນານ ສ້າງຄວາມວຸ່ນວາຍ ແລະກັບອອກມາໄດ້ຄືກັບວ່າບໍ່ເຄີຍໄປທີ່ນັ້ນມາກ່ອນ.

ລັອກເປົ້າໝາຍ, ໂຫຼດລູກປືນ ແລະຊິງຂອງ
ດ້ວຍປືນ ແລະເຄື່ອງມືຕ່າງໆທີ່ຫຼາກຫຼາຍ ການຕໍ່ສູ້ທຸກຄັ້ງຈຶ່ງເປັນໂອກາດທີ່ທ່ານຈະໄດ້ຮັບອຸປະກອນໃໝ່ໆ. ອາວຸດປືນພ້ອມໂລ້ກັນລູກປືນບໍ? ຈັດໃຫ້ ປືນໄຣເຟິລທີ່ຍິງພູເຂົາໄຟລະເບີດໄດ້ລະ? ໄດ້ແນ່ນອນ ປືນທີ່ມີຂາທີ່ສາມາດຂະຫຍາຍອອກ ແລະໄລ່ລ່າສັດຕູພ້ອມລະ? ກໍໄດ້ອີກເຊັ່ນກັນ.

Borderlands ໃໝ່
ສຳຫຼວດດິນແດນໃໝ່ທີ່ຢູ່ຫ່າງໄກເກີນກວ່າ Pandora. ແຕ່ລະບ່ອນມີສະພາບແວດລ້ອມທີ່ແຕກຕ່າງກັນໃຫ້ສຳຫຼວດ ແລະສັດຕູໃຫ້ທຳລາຍ. ບຸກທະເລຊາຍທີ່ໂຫດຮ້າຍ ຕໍ່ສູ້ໃນເມືອງທີ່ຫັກພັງທີ່ຜ່ານສົງຄາມມາແລ້ວ. ລ່ອງໄປຕາມສາຍນ້ຳທີ່ສຸດອັນຕະລາຍ ແລະອື່ນໆອີກ!

ຫຼິ້ນແບບຮ່ວມມືຢ່າງວ່ອງໄວ ແລະລາບລື້ນ
ຈະຫຼິ້ນອອນລາຍ ຫຼື ຈະແບ່ງຈໍຫຼິ້ນແບບນຮ່ວມມືກັບທຸກຄົນກໍໄດ້ທຸກເມື່ອ. ບໍ່ວ່າລະດັບ ຫຼື ຄວາມຄືບໜ້າຂອງພາລະກິດທີ່ທ່ານຈະໄປຮອດໃສກໍຕາມ. ປາບສັດຕູ ແລະເອົາຊະນະສິ່ງທ້າທາຍຕ່າງໆດ້ວຍກັນໄປເປັນທີມ. ແຕ່ເກັບກ່ຽວລາງວັນທີ່ເປັນຂອງທ່ານແຕ່ພຽງຜູ້ດຽວ ບໍ່ມີໃຜຈະຍາດຂອງທີ່ຊິງມາໄດ້ຢ່າງແນ່ນອນ.

© 2019 IPerion, LLC. Published and distributed by 2K. Gearbox and Borderlands, and the Gearbox Software and Borderlands logos, are registered trademarks, all used courtesy of Gearbox Software, LLC. 2K and the 2K logo are trademarks of Take-Two Interactive Software, Inc. All rights reserved.

Use of this product requires agreement to the following third party end user license agreement: http://www.take2games.com/eula/

Standard Edition ປະກອບມີ

Super Deluxe Edition ປະກອບມີ

Ultimate Edition ປະກອບມີ

ຄວາມຕ້ອງການຂັ້ນຕ່ຳຂອງລະບົບ PC

ຄວາມຕ້ອງການຂອງລະບົບ PC ທີ່ແນະນຳ

ພາສາທີ່ຮອງຮັບ