Logo
The Quarry

The Quarry

ຊຳລະເງີນຢ່າງປອດໄພ
ຕົວແທນຈໍາຫນ່າຍຢ່າງເປັນທາງການ

ດາວໂຫຼດ ແລະຫຼິ້ນເກມ The Quarry ເລີຍ! ພຽງແຕ່ເລືອກ Edition ທີ່ຕ້ອງການ, ຊຳລະເງິນໃຫ້ສຳເລັດ ແລະ ລະຫັດຄູປອງຈະຖືກສົ່ງຫາທ່ານທັນທີ.

ຊຳລະເງິນງ່າຍໆໂດຍຜ່ານ Card Payments.

ເມື່ອຕາເວັນຕົກດິນໃນຄືນສຸດທ້າຍຂອງການເຂົ້າຄ້າຍລະດູຮ້ອນ ເດັກໄວລຸ້ນ 9 ຄົນໄດ້ກ້າວເຂົ້າສູ່ຄ່ຳຄືນແຫ່ງຄວາມສະຫຍອງທີ່ຍາກຈະຄາດເດົາ. ສິ່ງທີ່ຍາກກວ່າເຫຼົ່າຊາວບ້ານກະຫາຍເລືອດ ແລະສັດລຶກລັບທີ່ຕາມລ່າພວກເຂົາ ຄືການຕັດສິນໃຈຕ່າງໆທີ່ເຈົ້າຈະຕ້ອງເລືອກເພື່ອຊ່ວຍພວກເຂົາເອົາຕົວລອດຜ່ານຄືນທີ່ໂຫດຮ້າຍໄປໄດ້.

ທ່ານສາມາດເບິ່ງວິທີແລກລະຫັດຄູປອງທີ່ here

Developer: Supermassive Games
Genre: Survival horror, ‎interactive drama‎
Platform: PC (STEAM)
Publisher: 2K
Mature

ຂໍ້​ມູນ​ເພີ່ມ​ເຕີມ

ເລືອກບັດກໍານັນ

ເລືອກການຊໍາລະ

ເຕີມ The Quarry ໃນ Codashop

ໃນ​ມື້​ສຸດ​ທ້າຍ​ຂອງຄ້າຍລະດູຮ້ອນ ຂະ​ນະ​ທີ່​ຕາ​ເວັນ​ກໍາ​ລັງ​ຈະ​ຕົກ​ ເຫຼົ່າປະທານນັກສຶກສາທີ່ Hackkett's Quarry ໄດ້ຈັດຕັ້ງງານລ້ຽງຂື້ນເພື່ອສະເຫຼີມສະຫຼອງກັນໂດຍບໍ່ມີກົດລະບຽບໃດໆ.

ແຕ່ທຸກສິ່ງໄດ້ຮ້າຍແຮງຂຶ້ນຢ່າງໄວວາ.

ພວກ​ເຂົາ​ກຳລັງ​​ຖືກ​ຕາມລ່າ​ໂດຍ​ຊາວ​ເມືອງ​ທີ່​ກະ​ຫາຍ​ເລືອດ​ ແລະ​ສິ່ງ​ທີ່​ໂຫດຮ້າຍຕ່າງໆ. ຈາກແຜນການທີ່ຫນ້າຕື່ນເຕັ້ນຂອງນັກຮຽນໄດ້ກາຍເປັນຄືນແຫ່ງຄວາມສະຫຍອງຂວັນ. ທຸກໆການກະທຳຈະມີຜົນລັບທີ່ຕາມມາ. ມິດຕະພາບອາດຈະຖືກສ້າງຂື້ນ ຫຼື ທໍາລາຍລົງດ້ວຍການຕັດສິນໃຈພຽງຄັ້ງດຽວ.

ເຈົ້າຈະໄດ້ຫຼິ້ນເປັນເຫຼົ່ານັກຮຽນທັງ 9 ຄົນໃນເກມດຳເນີນເລື່ອງທີ່ທຸກໆການຕັດສິນໃຈຈະສົ່ງຜົນຕໍ່ເລື່ອງລາວທີ່ແຍກອອກໄປຢ່າງບໍ່ມີຂອບເຂດ. ທຸກຄົນສາມາດເປັນຕົວລະຄອນເອກໄດ້ທັງນັ້ນ ຫຼື ອາດຈະຕາຍກ່ອນຮຸ່ງອາລຸນກໍເປັນໄປໄດ້.

ແລ້ວ​ເລື່ອງ​ລາວຂອງ​ເຈົ້າ​ຈະ​ເປັນ​ແນວ​ໃດ?

ເລື່ອງລາວຂອງເຈົ້າຄືຊະຕາກຳຂອງພວກເຂົາ
ເຈົ້າຈະກ້າກວດເບິ່ງສິ່ງລີ້ລັບທີ່ຢູ່ຫລັງປະຕູກັບດັກນັ້ນບໍ? ເຈົ້າຈະກວດເບິ່ງສຽງຮ້ອງທີ່ດັງມາຈາກພາຍໃນປ່າບໍ? ເຈົ້າຈະຊ່ວຍຊີວິດໝູ່ເພື່ອນ ຫຼື ຫນີເອົາຕົວລອດຜູ້ດຽວບໍ? ທຸກໆທາງເລືອກ, ບໍ່ວ່າໃຫຍ່ ຫຼື ນ້ອຍ, ກຳນົດເລື່ອງລາວຂອງເຈົ້າ ແລະກໍານົດວ່າໃຜຄວນມີຊີວິດຢູ່ເພື່ອເລົ່າເລື່ອງລາວນັ້ນ.

ປະສົບການຮູບເງົາທີ່ໜ້າຕື່ນຕາຕື່ນໃຈ
ເທັກນິກການຖ່າຍພາບໃບໜ້າ ແລະ ແສງ ສີ ສຽງ ປະສົມປະສານກັບການສະແດງອັນຫນ້າອັດສະຈັນຂອງນັກສະແດງ Hollywood ທີ່ໂດ່ງດັງ, ເຮັດໃຫ້ຄວາມໜ້າຢ້ານຂອງ Hackett Quarry ມາສູ່ຊີວິດໃນເຄື່ອງຫຼິ້ນທີ່ສຸດຕື່ນເຕັ້ນ.

ຕື່ນຕາຕື່ນໃຈກັບຄວາມສະຫຍອງຂວັນກັບໝູ່ເພື່ອນ
ສາມາດຫຼິ້ນອອນໄລນ໌ກັບໝູ່ເພື່ອນໄດ້ເຖິງ 7 ຄົນ, ເຊິ່ງຜູ້ຫຼິ້ນທີ່ໄດ້ຖືກເຊີນມາຈະເບິ່ງ ແລະລົງຄະແນນສຽງໃນການຕັດສິນໃຈທີ່ສຳຄັນພ້ອມໆກັນ, ສ້າງເລື່ອງລາວເປັນກຸ່ມ ຫຼື ຫຼິ້ນຮ່ວມກັນໃນງານລ້ຽງສະຫຍອງຂວັນຮ່ວມປະສົບການທີ່ຜູ້ຫຼິ້ນແຕ່ລະຄົນສາມາດເລືອກທີ່ປຶກສາ ແລະ ຄວບຄຸມການກະທຳຂອງພວກເຂົາ.

ອອກແບບປະສົບການຂອງເຈົ້າ
ຄວາມຫຍຸ້ງຍາກທີ່ສາມາດປັບໄດ້ສຳລັບອົງປະກອບການຫຼິ້ນເກມທັງໝົດເຮັດໃຫ້ຜູ້ຫຼິ້ນທຸກລະດັບມີຄວາມສຸກກັບຄວາມຢ້ານ ແລະຖ້າເຈົ້າມັກເບິ່ງຫຼາຍກວ່າການຫຼິ້ນ, Movie Mode ຈະເຮັດໃຫ້ເຈົ້າເພີດເພີນໄປກັບ The Quarry ໃນຮູບແບບໜັງສະຫຍອງຂວັນ. ເລືອກວ່າທ່ານຕ້ອງການໃຫ້ເລື່ອງລາວເປີດຂຶ້ນແນວໃດ, ກົດກັບຄືນ ແລະກິນປັອບຄອນໃນທ່າມກາງສຽງກີດຮ້ອງທີ່ສຸດສະຫຍອງຂວັນ!

STARRING:

David Arquette as Chris
Ariel Winter as Abigail
Brenda Song as Kaitlyn
Evan Evagora as Nick
Halston Sage as Emma
Justice Smith as Ryan
Miles Robbins as Dylan
Siobhan Williams as Laura
Skyler Gisondo as Max
Zach Tinker as Jacob
Ethan Suplee as Bobby
Grace Zabriskie as Eliza
Lance Henriksen as Jedediah
Lin Shaye as Constance
Ted Raimi as Travis


© Supermassive Games 2022. Published and distributed by 2K. Supermassive Games, The Quarry and Quarry names and logos are trademarks or registered trademarks of Supermassive Games Limited. All rights reserved. 2K, Take-Two Interactive Software and their respective logos are all trademarks of Take-Two Interactive Software, Inc. All rights reserved.

Use of this product requires agreement to the following third party end user license agreement: http://www.take2games.com/eula/

The Quarry Standard Edition ຈະໄດ້ຮັບ:

The Quarry Deluxe Edition ຈະໄດ້ຮັບ:

ພາສາທີ່ໃຊ້ງານໄດ້